ບົດຄວາມ

ນາງ ເກດມະນີ ລາດຊະວົງ ອາສາສະໝັກ ຊ່ວຍແປພາສາອັງກິດ

ມື້ນີ້, ທາງມູນນິທິ ຮ່ວມໃຈທຳ ຂໍນຳສະເໜີ ອາສາສະໝັກດີເດັ່ນ ທີ່ຊ່ວຍວຽກເປັນປະຈຳ ສະໝໍ່າສະເໝີ ທາງດ້ານການແປພາສາອັງກິດ ຂໍຂອບໃຈ, ທີ່ມີຈິດໃຈຊ່ວຍເຫຼືອສັງຄົມ ໂດຍບໍ່ຫວັງສິ່ງຕອບແທນ. ຢາກຮຽນຮູ້ສິ່ງໃໝ່ໆ, ຢາກແບ່ງປັນປະສົບການທີ່ໄດ້ຮູ້ ໃນການຊ່ວຍເຫຼືອສັງຄົມ, ຢາກມີສາຍພົວພັນທີ່ດີກັບຜູ້ທີ່ມີເປົ້າໝາຍຊ່ວຍເຫຼືອສັງຄົມຄືກັນ ແລະຢາກຊ່ວຍເຫຼືອຜູ້ທີ່ດ້ອຍໂອກາດ.

ມາແລ້ວ! ຮີບສະໝັກດ່ວນ ທຶນການສຶກສາລະດັບປະລິນຍາຕີ ຮຽນຟຣີຈົນຈົບ ຂອງມູນນິທິ ເກື້ອຝັນເດັກ

ຂ່າວດີ! ສຳລັບນ້ອງໆ ທີ່ກຳລັງຈະຈົບມັດຖະຍົມປາຍ ຫຼື ໃຜທີ່ຈົບແລ້ວແຕ່ຍັງບໍ່ທັນໄດ້ມີໂອກາດຮຽນຕໍ່. ຕອນນີ້ທຶນຮຽນລະດັບປະລິນຍາຕີ ມູນນິທິເກື້ອຝັນເດັກໄດ້ປະກາດໃຫ້ສະໜັກແລ້ວ ທຶນນີ້ແມ່ນຮຽນຟຣີຈົນຈົບ ລະດັບປະລິນຍາຕີ ໂອກາດດີໆທີ່ທຸກຄົນສາມາດຮັບມັນໄດ້ ຢ່າພາດໂອກາດດີແບບນີ້ ເຂົ້າໄປອ່ານເບິ່ງລາຍລະອຽດໃນເພຈ ແລະ ປະກອບເອກະສານປະໄວ້ໃຫ້ພ້ອມ. ————————————————————– #ແຈ້ງການດ່ວນຕອນນີ້ ທຶນການສຶກສາລະດັບປະລິນຍາຕີສຳລັບນັກສຶກສາລາວ ສົກຮຽນ 2020 -2021 ເປີດຮັບສະໝັກແລ້ວ ເຊິ່ງມີ 2 ທາງເລືອກໃນການສະໝັກທຶນ. ກະລຸນາເລືອກທາງເລືອກທີ່ດີທີ່ສຸດສຳລັບທ່ານໃນການສະໝັກທຶນຄື: ✔️ ທາງເລືອກທີ 1: ດາວໂຫລດແບບຟອມໄດ້ຈາກ ລິ້ງ https://bit.ly/2zluLLu ປິ່ນແບບຟອມ, ປະກອບແບບຟອມໃຫ້ສົມບູນ ແລ້ວສະແກນໃບສະໝັກສົ່ງໄປທີ່ ອີເມລ: cdusplb@gmail.com ✔️ ທາງເລືອກທີ 2: ຫຼືສະໝັກອອນລາຍຜ່ານ Google Form ທີ່ລິ້ງ: https://bit.ly/2Uvn50y ປິດຮັບສະໝັກວັນທີ່ 31 ສິງຫາ 2020. ຫາກທ່ານມີສິ່ງໃດບໍ່ເຂົ້າໃຈ ສາມາດຕິດຕໍ່ສອບຖາມໄດ້ທີ່ ເຟສບຸກເພຈ: https://www.facebook.com/CDHELaos/ ຫຼື ອີເມລ cdusplb@gmail.com

ເຊີນຂຽນບົດຄວາມເຂົ້າຮ່ວມແຂ່ງຂັນປະຈຳປີ 2020 ຫົວຂໍ້ ຈົດໝາຍຈາກຕົວຂ້ອຍໃນປີ 2030

ແຈ້ງການ ເຖິງ ສະມາຊິກຊາວໜຸ່ມ ໃນຂອບເຂດທົ່ວປະເທດ! ເລື່ອງ:​ການຂຽນບົດຄວາມເຂົ້າຮ່ວມແຂ່ງຂັນປະຈຳປີ 2020 ໃນຫົວຂໍ້ ຈົດໝາຍຈາກຕົວຂ້ອຍໃນປີ 2030 ( A letter from myself in 2030) ລາງວັນທີ 1:​ໄດ້ຮັບໃບຢັ້ງຢືນ ແລະ ເງີນມູນຄ່າ 100,000 ເຢັນ (ສະກຸນເງີນຍີ່ປຸ່ນ)ລາງວັນທີ 2:​ໄດ້ຮັບໃບຢັ້ງຢືນ ແລະ ເງີນມູນຄ່າ 50,000 ເຢັນ (ສະກຸນເງີນຍີ່ປຸ່ນ)ລາງວັນທີ 3:​ໄດ້ຮັບໃບຢັ້ງຢືນ ແລະ ຂອງລາງວັນ ມີ 5 ລາງວັນ ກຳນົດສົ່ງບົດຄວາມເລີ່ມມື້ນີ້ ຈົນຮອດ 15 ມິຖຸນາ 2020ລາຍລະອຽດອ່ານໄດ້ໃນແຈ້ງການສອບຖາມຂໍ້ມູນເພີ່ມຕື່ມໂທ 021 416727

ສຳເລັດແລ້ວ! ອາທິດທີ 8 ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອ ກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ. ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ ເຊິ່ງເປັນອາທິດທີ 8 ຂອງໂຄງການ ວັນທີ່…….. /3/2020. ອາທິດນີ້, ໄດ້ມີການມອບລາງວັນໃຫ້ແກ່ນັກຮຽນຜູ້ທີ່ຕັ້ງໃຈຮຽນແລະໄດ້ອັນດັບທີດີໃນການສອບເສັງປະຈຳເດືອນ ແລະນີ້ແມ່ນບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ:

ລະວັງພະຍາດ ແລະ ສັດຕູພືດຂອງຜັກກາດຊອມ

ພະຍາດ ແລະ ແມງໄມ້ຊະນິດຕ່າງໆທີ່ເຂົ້າມາທໍາລາຍຜັກກາດຊອມ ສ່ວນຫຼາຍເປັນຊະນິດດຽວກັບແມງໄມ້ທີ່ທໍາລາຍຜັກກາດຂາວ, ຜັກກາດນາ, ກະລໍ່າປີ ໂດຍສະເພາະລະດູແລ້ງແບບນີ້ຫາກບໍ່ໄດ້ນໍາໃຊ້ຢາຂ້າແມງໄມ້ ຫຼື ຢາປາບສັດຕູພືດເຂົ້າຊ່ວຍແມ່ນບໍ່ສາມາດປູກໄດ້ ເຊິ່ງມື້ນີ້ຜູ້ຂຽນກໍໄດ້ຊອກຫາຂໍ້ມູນບັນດາສັດຕູພືດເຫຼົ່ານີ້ມາໃຫ້ທ່ານຜູ້ອ່ານໄດ້ສຶກສາ ເພື່ອຫາວິທີປ້ອງກັນ ຫຼື ກໍາຈັດບໍ່ໃຫ້ມັນເຂົ້າມາທໍາລາຍຜົນລະປູກໄດ້. ບັນດາພະຍາດ ແລະ ສັດຕູພືດມັກເກີດກັບຜັກກາດຊອມ ມີດັ່ງນີ້: 1ພະຍາດຕົ້ນເນົ່າ: ເປັນພະຍາດທີ່ເກີດຂຶ້ນໃນໜານປູກຜັກກາດຊອມທີ່ຫວ່ານແກ່ນແໜ້ນໜາເກີນໄປ, ເຮັດໃຫ້ບໍ່ມີລົມລ່ວງ, ຕົ້ນມີລັກສະນະບຽດກັນ, ແສງແດດສ່ອງບໍ່ເຖິງຮາກຂອງຕົ້ນຜັກກາດ ຫາກໃນໜານມີເຊື້ອພະຍາດຢູ່ແລ້ວຈະເກີດອາການເປັນຮອຍຊໍ້າທີ່ຕົ້ນຕິດກັບໜ້າດິນ ແລະ ເຮັດໃຫ້ເນົ່າພ້ອມຫ່ຽວແຫ້ງລົງຢ່າງໄວວາ; ສ່ວນການປ້ອງກັນທີ່ດີການເຮັດໜານປູກຄວນມີການລະບາຍນໍ້າໄດ້ດີ, ບໍ່ຫວ່ານແກ່ນຜັກແໜ້ນກັນເກີນໄປ, ໃຊ້ຢາປ້ອງກັນກໍາຈັດເຊື້ອຣາລະລາຍນໍ້າຕາມອັດຕາສ່ວນທີ່ກໍານົດໃນຖົງບັນຈຸຜະລິດຕະພັນ. 2ພະຍາດໃບຈຸດ: ພະຍາດນີ້ຈະສະແດງອາການອອກສ່ວນຫຼາຍຕາມໃບກົກຂອງລໍາຕົ້ນ, ເລີ່ມທໍາອິດມັນຈະເປັນຈຸດສີເຫຼືອງຂະໜາດນ້ອຍບາງຈຸດ, ຕໍ່ມາມັນຈະຂະຫຍາຍໃຫຍ່ ຂຶ້ນ ແລະ ແຫ້ງກາຍເປັນສີນໍ້າຕານອ່ອນມີຮູບຮ່າງກົມ, ຫາກເກີດຂຶ້ນຫຼາຍຈະກາຍເປັນໃບໄໝ້; ການປ້ອງກັນກ່ອນນໍາແນວພັນໄປຫວ່ານໃຫ້ນໍາມາປະສົມກັບສານເຄມີທີ່ມີສັບພະຄຸນໃນການປ້ອງກັນພະຍາດໃບຈຸດ ຕາມອັດຕາສ່ວນທີ່ເໝາະສົມ ຫຼື ອີກວິທີໜຶ່ງຫຼັງປູກໃຫ້ສີດພົ່ນສານເຄມີກໍາຈັດ, ແຕ່ຕ້ອງໃຊ້ໃນປະລິມານທີ່ພໍດີ ພ້ອມປະຕິບັດຕາມຄໍາແນະນໍາຂອງວິຊາການກ່ຽວຂ້ອງຢ່າງເຄັ່ງຄັດ. 3 ບົ້ງໄຍຜັກ: ເກີດຈາກໄຂ່ທີ່ແມງກະເບື້ອວາງໄວ້ກ້ອງໃບ ເຊິ່ງໄຂ່ມີລັກສະນະເປັນສີເຫຼືອງ, ຮູບຮ່າງກົມ ໃຊ້ເວລາຝັກປະມານ 3 ວັນ ຈຶ່ງກາຍເປັນບົ້ງອ່ອນທີ່ມີຂະໜາດນ້ອຍຫຼາຍ, ມັນຈະຄ່ອຍໆກັດກິນໃບຜັກຈົນເກີດເປັນຮູ ແລະ ບ່ອນທີ່ມັນມັກເຂົ້າໄປທໍາລາຍທີ່ສຸດແມ່ນຍອດອ່ອນທີ່ກໍາລັງມີການຈະເລີນເຕີບໂຕ; ວິທີປ້ອງກັນ […]

Scroll to top