
ມູນນິທິຮ່ວມໃຈທຳ ໄດ້ຕັ້ງໂຄງການໜຶ່ງຂຶ້ນ ຊື່ວ່າ ໂຄງການແບ່ງປັນຄວາມຮູ້ ເຊິ່ງເປີດໂອກາດໃຫ້ບັນດາອາສາສະໝັກທົ່ວໄປ ເພື່ອເຂົ້າມາສອນພາສາຈີນແລະພາສາອັງກິດ ໃຫ້ແກ່ນ້ອງໆນັກຮຽນ ຢູ່ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ໂດຍເນັ້ນການສິດສອນແບບນຳໃຊ້ເພື່ອການສື່ສານໂດຍສະເພາະ ງ່າຍໆ ເຂົ້າໃຈໄວ.
ເຊິ່ງມີນັກຮຽນທັງໝົດ 100 ກວ່າຄົນ

ເລີ່ມເປີດໂຄງການມາ ແຕ່ວັນທີ່ 7.12.2019 ໂດຍເອົາວັນເສົາ-ອາທິດ
ເຊິ່ງເປັນອາທິດທີ 7 ຂອງໂຄງການ ວັນທີ່ 11-12/1/2020.

ແລະນີ້ແມ່ນ 10 ບັນດາອາສາສະໝັກທີ່ເຂົ້າມາສິດສອນໃນອາທິດຜ່ານມາ:

ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ

ນັກສຶກສາ ພາກວິຊາ ພາສາສະເປນ ຄະນະອັກສອນສາດ ມຊ


ນັກສຶກສາ ສະຖາບັນຂົງຈື


ນ.ລັດດາ(ຊ່ວຍສອນອັງກິດ)
ນ.ສີ(ຊ່ວຍສອນອັງກິດ)
ພໍ່ມະນີວົງ(ຊ່ວຍເບິ່ງສະພາບໂດຍລວມ)
ທ.ເຢຍລີ(ຊ່ວຍສອນພາສາຈີນ)
ສຳເລັດແລ້ວ! ອາທິດທີ 7 ໂຄງການສອນພາສາຈີນ ແລະອັງກິດ ທີ່ບ້ານປາກກວາງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ